What is Nostr?
ted555 / Ted
npub1r4l…jwja
2024-12-14 02:55:18

ted555 on Nostr: ໃນະລະບົບການເງິນປະຈຸບັນ ...

ໃນະລະບົບການເງິນປະຈຸບັນ ເປັນໄປໄດ້ຍາກຫລາຍທີເຮົາຈະເກັບເງິນເພື່ອກະສຽນ ຈົນໄດ້ມາເຈີກັບ bitcoin ຈຶ່ງມີຄວາມຫວັງຂຶ້ນມາ. ນີ້ເປັນຕົວຢ່າງການໄລ່ ຖ້າເກັບເງິນເປັນ bitcoin ຈະສາມາດກະສຽນໄດ້ຕອນໃດ ໂດຍມີເງື່ອນໄຂຄື:

- ເລີ່ມເກັບຕອນອາຍຸ 28, ບໍ່ມີ bitcoin ເລີຍ ແລະ ຄິດວ່າຈະຕາຍຕອນ 86 ປີ
- ຫລັງຈາກກະສຽນຢາກຈະມີ ລາຍໄດ້ 5,000 ໂດລາ ຕໍ່ປີ
- ຊື້ bitcoin ໃຫ້ໄດ້ສະເລ່ຍປີລະ 1,000 ໂດລາ (ປະມານ 80 ໂດລາ ຕໍ່ເດືອນ)
- ຄາດໄວ້ວ່າ bitcoin ຈະໃຫ້ຜົນຕອບແທນ 20% ຕໍ່ປິ ເຊິ່ງເປັນໂຕເລກທີ ຖ່ອມໂຕແລ້ວ ເພາະຕາມສະຖິຕິ 10 ປີຜ່ານມາ bitcoin ໃຫ້ຜົນຕອບແທນປະມານ 63% ຕໍ່ປີ
- ວາງອັດຕາເງິນເຟີ້ໄວ້ 2 ເປີເຊັນ (ຍ້ອນເຮົາເບິ່ງໃນຫນ່ວຍເງິນ ໂດລາ ຖ້າເປັນເງິນກີບແມ່ນຫລາຍກວ່ານີ້)

ຜົນກໍຄື ຖ້າເຮົາເກັບເງິນເປັນ bitcoin ເຮົາຈະສາມາດ ສະສຽນ ໄດ້ຕອນອາຍຸພຽງແຕ່ 41 ເປັນຫຍັງທີສຸດຍອດຫລາຍ ເພາະເງື່ອນໄຂຂ້າງເທິງມັນບໍ່ໄດ້ຍາກຫລາຍສຳລັບຄົນລາວທົ່ວໄປ ແຕ່ຄົນທີສາມາດເກັບໄດ້ຫລາຍກວ່ານີ້ ການກະສຽນກໍຈະໄວກວ່ານີ້ອີກ.

ແຕ່ມຸມມອງສ່ວນໂຕແລ້ວ ຂ້ອຍບໍ່ເຊື່ອໃນການກະສຽນແບບ ນັ່ງໆ ນອນໆ ຢູ່ຊື່ໆ ຮູ້ສຶກວ່າຊີວິດບໍ່ມີຄວາມຫມາຍ ແຕ່ເຮົາສາມາດໃຊ້ bitcoin ໃນການເພີ່ມສະພາບຄ່ອງໃຫ້ເຮົາ ເລືອກເຮັດວຽກ ຫລື ທຸລະກິດ ທີ່ເຮົາຢາກເຮັດແທ້ໆໄດ້ ເພາະເຮົາສາມາດ ເຮັດວຽກທີລາຍຮັບບໍ່ສູງ ແຕ່ຍັງມີຜົນຕອບແທນຈາກ bitcoin ຮອງຮັບອີກ ນີ້ແລະ bitcoin ຈຶ່ງເປັນຄວາມຫວັງຂອງຊີວິດ ແລະ ໃຫ້ລູກຫລານ.

#Bitcoin #Hope #Retirement
Author Public Key
npub1r4llq2jcvq4g2tgha5amjz07zk7mrrcj89wllny9xwhhp5zzkklqk4jwja